top of page

ລົດທີ່ຍອດຢູ່ນິ້ງໆບໍ່ໄດ້ໃຊ້ງານໃນຊ້ວງ COVID

6 ສິ່ງເພື່ອຍືດອາຍຸການໃຊ້ງານຂອງຍານພາຫານະຂອງທ່ານໃນ ຊ້ວງ covid ນີ້ປະໄວ້ຄວນບົວລະບັດແບບດູແລແບບໃດ


ree

1. Battery

ຫຼາຍຄົນພົບບັນຫາໃນເມື່ອບໍ່ຄ່ອຍໄດ້ໃຊ້ລົດ ແລ້ວເມືອຈະກັບມາໃຊ້ເຮັດໃຫ້ Battery ໝົດ ແມ້ແຕ່ທ່ານບໍ່ເຄີຍເປີດອຸປະກອນໄຟ້າພາຍໃນລົດຂອງທ່ານ ແຕ່ Battery ກໍ່ກະຈ່າຍໄຟໄປລ້ຽງລະບົບໃນລົດຢູ່ດີ ເຊັ່ນ ລະບົບກັນຂະໂມຍ ຫຼື ລະບົບຄວບຄຸມ (ECU) ຫາກຈອດໄວ້ດົນບໍ່ມີການຕິດຈັກ Battery ກໍ່ໝົດໄດ້ ເມື່ອ Battery ໝົດຕ້ອງໄດ້ພ່ວງເພື່ອຕິດຈັກລົດ ຖ້າປ່ອຍໄວ້ໃຫ້ແບັດໝົດ ແລ້ວພ້ວງເລື້ອຍ Battery ເສື່ອມ

ວິທີແກ້

· ຄວນຕິດຈັກ 10ນາທີ ຫຼື ຫຼາຍກວ່າ ຍ່າງນ້ອຍອາທິດ ລະ 2​ຄັ້ງ ຫຼື ທຸກມື້ຍິ່ງດີ ຊ່່ວຍຍືດອາຍຸ Battery ສະເພາະິດຈັກຢູ່ກັບທີ່


2. ຂອງເຫຼວໃນລົດ

ແນະນໍາໃຫ້ເຮັດການເຊັກຂອງເຫຼວໃນລົດ ວ່າພ້ອມໃຊ້ງານບໍ່ ເຊັ່ນນໍ້າມັນເຄື່ອງ ນໍ້າໃນໝໍ້ນໍ້າ ເພື່ອຫລໍ່ລ້ຽງຊິ້ນສ່ວນຕ່າງໆ ບໍ່ໃຫ້ເກີດສະນິມ ຫຼື ຂີ້ໝ້ຽງ ສ່ວນນໍ້າມັນເຄື່ອງ ແນະນໍາໃຫ້ປ່ຽນຕາມໄລຍະເວລາທຸກໆ 6ເດືອນ ຫຼື ຕາມຄູ່ມື ນໍ້າມັນເຄື່ອງກໍ່ມີວັນໝົດອາຍຸ ແລະ ເສື່ອມສະພາບດ້ວຍຕົວເອງໄດ້ເຊັນກັນ


3 ຍາງລົດ

ແນະນໍາໃຫ້ເຕີມລົມຍາງ ຫຼາຍກວ່າປົກກະຕິ 2.2 - 4.5 kg ຫຼື ເເນະນໍາໃຫ້ ນໍາລົດເຂື່ອນເພື່ອໃຫ້ ຍາງລົດໝຸນແດ່ ເພາະການຈອດລົດຢູ່ກັບພື້ນທີ່ ດົນໆ ເຊັນ 1ເດືອນ ຂຶ້ນໄປ ຈະເຮັດໃຫ້ຍາງບໍ່ໃຫ້ຄືນໂຕເກີດການຍຸບໂຕຂອງໂຄ່ງຍາງ ສ່ວນນໍ້າຫນັກໂຕລົດຈະຕົກສູ່ຍາງແຕ່ລະເສັ້ນໃນຈຸດດຽວ ເຮັດໃຫ້ຍາງລົດເສຍຮູບ ບໍ່ມົນ ເມື່ອນໍາໄປຂັບຂີ່ພາຍລັງອາດຈະເຮັດໃຫ້ເກີດອາການສັ່ນ,ເຕັ້ນ ແລະ ເກີດສຽງດັງຜິດປົກກະຕິໄດ້ ຫາກຕ້ອງຈອດລົດປະໄວ້ດົນເກີນ3ເດືອນຂຶ້ນໄປ ແນະນໍາໃຫ້ຍົກລົດຕັ້ງຢູ່ລິຟ ຫຼື ອັນທີ່ສາມາດຄໍ້າລົດທັງ 4ລໍ້ ເພື່ອບໍ່ໃຫ້ລົດກົດທັບຍາງ ຊ່ວຍຮັກສາຮູບຮ່າງຂອງຍາງໄດ້ດີ.


4.ຕິດຈັກລົດແລ່ນໃນບາງຄັ້ງ

ໃນລົດມີສິນສ່ວນ ແລະ ອຸປະກອນເປັນຈຸດໝຸນເຊັ່ນ: ລະບົບຊ່ວງລ່າງ, ລູກໝາກຕ່າງໆ ແມ້ກະທັ້ງຍາງ ແລະ ລໍ້ ຫາກປ່ອຍໃຫ້ຢູ່ກັບບ່ອນເປັນເວລາດົນ ບໍ່ມີການເໜັງຕີງກໍ່ອາດເສັ້ນຢືດໄດ້ ແລະ ອາດເກີດລຸ້ຍຫ້ຽນງ່າຍກວ່າລົດໃຊ້ປະຈໍາ.


5. ຄວາມສະອາດ

ເພື່ອບໍ່ໃຫ້ຝຸ່ນ ແລະ ສິ່ງສົກກະປົກເກາະຢູ່ທີ່ສີລົດດົນເກິນໄປຈະເຮັດໃຫ້ລ້າງອອກຍາກ ຄວນຈະລ້າງທໍາຄວາມສະອາດລົດກ່ອນ ຈຶ່ງຄຸ່ມຜ້າຄຸ່ມລົດເພື່ອປ້ອງກັນຝຸ່ນ ແລະ ຮັກສາສີຂອງລົດໃຫ້ເບິ່ງໃໝ່ຕະຫຼອດ.


6. ສະຖານທີ່ໃນການຈອດລົດ

ຄວນຈອດລົດໃນບ່ອນຮົ່ມ ຫຼີກລ້ຽງການຈອດກ້ອງຕົ້ນໄມ້ ແລະ ສະຖານທີ່ປຽກຊື້ນ ຫຼື ໃກ້ຖັງຂີ້ເຫຍື້ອ ເພາະອາດມີໜູເຂົ້າມາອາໄສ ຫາກຈອດລົດກ້ອງຕົ້ນໄມ້ຕ້ອງລະວັງ ຍ່າງຂອງຕົ້ນໄມ້ຈະຕົກລົງມາເຮັດໃຫ້ສີຂອງລົດດ່າງໄດ້ ລວມເຖິງກິ່ງໄມ້ຕົກລົງມາຕາມແຮງຂອງລົມ ຫຼື ອື່ນໆ ອາດເຮັດໃຫ້ລົດຂອງເຮົາເກີດຮອຍຂີດໄດ້.


_______________________________________

#ບໍາລຸງຮັກສາລົດ #Defensivedriving



Comments


ລາຍລະອຽດເພີ່ມເຕີ່ມ:
ສໍານັກງານໃຫຍ່ ບ້ານ ໂພນຕ້ອງສະຫວາດ ມ. ຈັນທະບູລີ ນະຄອນຫຼວງວຽງຈັນ

ສາຂາ ຈໍາປາສັກ ບ.ໂພນສີໄຄ ນະຄອນປາກເຊ ແຂວງ ຈໍາປາສັກ
ສອບຖາມເພີ່ມເຕີມ 030 5513418, 020 99579789



 

©2018 by Thongsangnang. 

FOLLOW US:

  • Facebook
  • Twitter
  • Instagram
  • YouTube
bottom of page